ຍິນ​ດີ​ຕ້ອນຮັບ​ເຂົ້າ​ສູ່​ສູນ​ລວມ​ເອກະສານ​ພາສາລາວ. ອົງການ​ Hesperian ​​ຮ່ວມ​ກັບ​ບັນດາ​ອາສາ​ສະໝັກ​ພາກັນສ້າງ​ສູນ​ລວມຂໍ້​ມູນທີ່​ເປັນ​ພາສາ​ລາວນີ້​ຂຶ້ນມາ​ເພື່ອ​ໃຫ້​​ທ່ານ​ສາມາດ​​ເຂົ້າ​ມາ​ຄົ້ນ​ຫາ, ສຶກສາ ຫຼື ນຳເອົາ ຄູ່​ມື​ສຸຂະພາບ​ຊຸມ​ຊົນ ​ແລະ ​ເອກະສານ​ອື່ນໆຂອງ​ພວກ​ເຮົາ​ໄປນຳໃຊ້​ໄດ້. ພ້ອມ​ດຽວ​ກັນ​ນີ້​ທ່ານ​ກໍ່​ຍັງ​ສາມາດ​ແບ່ງປັນ​ບັນດາ​ເອກະສານ​ຕ່າງໆຂອງ​ທ່ານ​ (​ເຊັ່ນ: ​ໃບ​ໂຄສະນາ, ​ໂພດ​ສ໌​ເຕີ) ​ແລະ ​ເອກະສານ​ອື່ນໆທີ່​ທ່ານ​ປັບ​​​ແຕ່ງຈາກ​ບັນດາເອກະສານສຸຂະພາບຕ່າງໆຂອງ​ພວກ​ເຮົາ ​​ໂດຍ​ຜ່ານ​ເວ​ບ​ໄຊ້ນີ້. ຫາກ​ທ່ານ​ມີ​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ ຫຼື ຢາກ​ຮູ້​ລາຍ​ລະອຽດ​ຕື່ມກ່ຽວ​ກັບການ​ລິ​ເລີ່​ມນີ້, ກະລຸນາ ຕິດ​ຕໍ່​ພວກ​ເຮົາ ([email protected]). ຫ້າມ​ບໍ່​ໃຫ້​ນຳເອົາ​ເອກະສານ​ເຫຼົ່າ​ນີ້​ໄປ​ຂາຍ ຫຼື ​ແຈກ​ຢາຍ​ບໍ່​ວ່າ​ຈະ​ເປັນ​​ໃນ​ຮູບ​ແບບ​ໃດໆ​ກໍ່ຕາມ ເພື່ອ​ຫາ​​ຜົນກຳໄລ ​ໂດຍ​ບໍ່​ໄດ້​ຮັບ​ການ​ອະນຸຍາດ​ທີ່​ເປັນ​ລາຍ​ລັກ​ອັກສອນ​ຈາກ​ອົງການ Hesperian ແລະ ຜູ້​ແປສາກ່ອນ. ​​ເວລາໃຊ້​ເອກະສານ​ຂອງ​ອົງການ Hesperian ​​ໃນ​ສະຖານ​ການ​ສຶກສາ​ຕ່າງໆ, ກະລຸນາ​ໃຫ້​ເຄຼດິດ​ແກ່​ທາງອົງການ Hesperian ​ແລະ ຜູ້ແປດ້ວຍ.

Books

ໃບປິວ ແລະເອກະສານຄວາມຈິງ